ບານພັບ ມີຈັກປະເພດ? ວິທີການເລືອກ ແລະມີການເລືອກໃຊ້ແຕ່ລະປະເພດແນວໃດ?
ບານພັບ ເປັນອຸປະກອນທີ່ຊ່ວຍໃນການຖ່າຍເທແຮງ, ຮັບນ້ໍາຫນັກຂອງບານປະຕູ ແລະ ເຄື່ອງເຟີນີເຈີທີ່ມີບານເປີດເຊັ່ນ: ຕູ້ຕ່າງໆ. ມັນເປັນອຸປະກອນທີ່ເຊື່ອມຕໍ່ລະຫວ່າງ ບານປະຕູ ແລະ ວົງກົບ ຖືເປັນອຸປະກອນທີ່ສໍາຄັນ ທີ່ເຮັດໃຫ້ຜູ້ໃຊ້ມີຄວາມມສະດວກໃນການເປີດ – ປິດບານປະຕູໄດ້ຢ່າງງ່າຍດາຍ ເຊີ່ງບານພັບທີ່ນິຍົມນຳມາໃຊ້ທົ່ວໄປມີຫລາຍຮູບແບບ, ບົດຄວາມນີ້ຈະພາທ່ານໄປຮູ້ຈັກກັບບານພັບແຕ່ລະປະເພດ ແລະ ການນໍາໃຊ້ວຽກທີ່ເຫມາະສົມ.
ຄໍາແນະນໍາກ່ອນທີ່ຈະເລືອກຊື້ ບານພັບ
1. ຂະຫນາດ ແລະ ນ້ໍາຫນັກປະຕູ
ບານພັບປະຕູຕ້ອງກ່ຽວຂ້ອງກັບຂະຫນາດ ແລະ ນ້ໍາຫນັກຂອງປະຕູ ຫຼື ປ່ອງຢ້ຽມເພື່ອຮອງຮັບໃນການນໍາໃຊ້ຢ່າງມີປະສິດທິພາບ ເຊັ່ນ: ບານປະຕູເຮືອນທີ່ມີຂະຫນາດໃຫຍ່ ຕ້ອງເລືອກໃຊ້ບານພັບແບບຜີເສື້ອ ມີແກນຂະຫນາດໃຫຍ່ ແລະ ປີກຫນາ ກ່ອນທີ່ຈະເລືອກຊື້, ທ່ານຄວນວັດແທກຄວາມກວ້າງ, ຄວາມຫນາຂອງບານປະຕູກ່ອນ. ເພື່ອໃຫ້ເກີດຄວາມຖືກຕ້ອງ ແລະ ຄວາມທົນທານໃນການນຳໃນໄລຍະຍາວ
2.ວັດສະດຸຂອງບານປະຕູ
ແນະນໍາໃຫ້ເລືອກໃຊ້ ບານພັບຜີເສື້ອ ຫຼື ບານພັບເຊື່ອງ ທີ່ຜະລິດຈາກວັດສະດຸທີ່ກັນການເຂົ້າໝ້ຽງ ເນື່ອງຈາກວ່າບານປະຕູ ແລະ ປ່ອງຢ້ຽມ ໂດຍສະເພາະບໍລິເວນດ້ານຫນ້າຂອງເຮືອນມີໂອກາດຈະຖືກນ້ໍາຝົນເຊີ່ງບໍ່ສາມາດຈະຫຼີກລ່ຽງບໍ່ໄດ້ໃນຫຼາຍໆ. ຕົວຢ່າງ, ບານພັບເຮັດຈາກສະແຕນເລດ 304 ແມ່ນທົນທານ ແລະ ແຂງແຮງ, ຍາກຕໍ່ການເກີດຂີ້ໝ້ຽງ, ບໍ່ເປື່ອຍ ແລະ ລອກງ່າຍ, ເຮັດໃຫ້ບານປະຕູ ແລະ ປ່ອງຢ້ຽມ ມີອາຍຸການໃຊ້ງານໄດ້ດົນຂື້ນ.
3. ສີຂອງບານພັບ ປະຕູ
ນອກຈາກຄວາມເຂັ້ມແຂງ ຄວາມທົນທານຂອງ ບານພັບ ປະຕູເຫຼັກ ຫຼື ປ່ອງຢ້ຽມຫຼັງຈາກນັ້ນ ສິ່ງທີ່ຕ້ອງໄດ້ຮັບຄວາມສຳຄັນເທົ່າທຽມກັນແມ່ນການອອກແບບຄວາມສວຍງາມ ຂອງສີ ບານພັບ ຜີເສື້ອ ເພາະວ່າປະຕູ ແລະ ປ່ອງຢ້ຽມແມ່ນປຽບຄືໃບໜ້າຂອງເຮືອນ. ອຸປະກອນທີ່ໃຊ້ໃນການຕິດຕັ້ງຄວນມີການອອກແບບ ແລະ ໂທນສີໄປໃນທີດທາງດຽວກັນ. ບານພັບປະຕູແມ່ນຄວນເລືອກໃຫ້ມີຫຼາກຫຼາຍສີ. ອີງຕາມຄວາມເຫມາະສົມແລະວັດສະດຸເຊັ່ນ: ທອງເຫລືອງ, ສະແຕນເລດ ແລະ ອື່ນໆ.
ບານພັບຜີເສື້ອ (Normal Butt Hinge)

ລັກສະນະ
ບານພັບຜີເສື້ອ ມັນເປັນບານພັບທີ່ເຫັນທົ່ວໄປ ແລະ ນິຍົມນຳມາໃຊ້ກັບວຽກຕິດຕັ້ງບານປະຕູ. ມີລັກສະນະຄ້າຍຄືປີກຜີເສື້ອສອງປີກທີ່ມີແກນກາງທີ່ສາມາດຫມຸນໄດ້. ຈຸດສັງເກດແມ່ນວ່າແກ່ນໝູນນີ້ສາມາດເຫັນໄດ້ຊັດເຈນເມື່ອເວລາທີ່ປະຕູປິດ. ການຕິດຕັ້ງໂດຍມີດ້ານຫນຶ່ງຕິດກັບບານປະຕູ ແລະ ອີກດ້ານຫນຶ່ງແມ່ນຕິດກັບວົງກົບ. ບານພັບປະເພດນີ້ມີຫຼາກຫຼາຍວັດສະດຸໃຫ້ເລືອກເຊັ່ນ: ເຫລັກຍ້ອມທອງແດງ, ທອງເຫລືອງ, ສວ່ນທີ່ມັກໃຊ້ຫຼາຍທີ່ສຸດແມ່ນເຫຼັກສະແຕນເລດ ເພາະມີຄຸນສົມບັດທົນທານ ແລະ ບໍ່ຂົ້າໝ້ຽງ.
ການນຳໄປໃຊ້
- ສໍາລັບການນໍາໃຊ້ກັບບານປະຕູ PVC.
- ສໍາລັບການນໍາໃຊ້ກັບບານປະຕູ UPVC.
- ສາມາດນໍາໃຊ້ກັບບານປະຕູໄມ້ ຫຼື ໄມ້ອັດທີ່ນ້ໍາຫນັກເບົາບໍ່ເກີນ 35 ກິໂລກຣາມ
ຄໍາແນະນໍາເພີ່ມເຕີມ
- ຄວນເລືອກບານພັບຜີເສື້ອ ໃຫ້ເໝາະກັບຂະຫນາດ ແລະ ນ້ໍາຫນັກຂອງປະຕູ.
- ປະຕູໃຫຍ່ ຄວນໃຊ້ ບານພັບ ທີ່ກວ້າງຂື້ນ. ເພື່ອໃຫ້ມີຈຸດຍືດລະຫວ່າງບານປະຕູ ແລະ ວົງກົບສາມາດຮອງຮັບນ້ໍາຫນັກໄດ້ພໍດີ.
ບານພັບແບບຖ້ວຍ

ລັກສະນະ
ເປັນບານພັບໃຊ້ສໍາລັບເຟີນີເຈີເຊັ່ນ: ບານປະຕູຕູ້ຕ່າງໆ. ວິທີການຕິດຕັ້ງແມ່ນເຊື່ອງໄວ້ພາຍໃນບານຕູ້ ເຊິ່ງຖ້າພວກເຮົາປິດບານປະຕູຕູ້ ຈະເບີ່ງບໍ່ເຫັນບານພັບແບບຖ້ວຍນີ້ ບໍ່ສາມາດບັນທຸກນ້ຳໜັກໄດ້ຫຼາຍ ແລະ ບານພັບນີ້ຈະໄດ້ເລືອກທີ່ມີສະປີງໃນໂຕ ເຮັດໃຫ້ມັນສາມາດເດັ້ງອອກເອງໄດ້ໃນເວລາທີ່ເປີດ.
ບານພັບຖ້ວຍແບ່ງຕາມວິທີເປີດ ແລະປິດ ມີ 4 ປະເພດ.
1. ມີສະປິງ ເປີດແລະປິດປົກກະຕິ. ມີທັງຈະຫວະດຽວ ແລະ ແບບ 2 ຈັງຫວະ.
2. ການປິດແບບນຸ່ມນວນອ, ປິດງຽບ, ບໍ່ມີແຮງກະແທກ (Soft close)
3. ການປິດແບບກົດລະເດັ້ງ(Push to open) ຊຶ່ງຫມາຍຄວາມວ່າເປີດບານປະຕູເຟີນີເຈີໂດຍບໍ່ມີມືຈັບ.
4. ບໍ່ມີສະປີງ
ການນຳໄປໃຊ້
- ໃຊ້ໃນການຕິດຕັ້ງເຄື່ອງເຟີນີເຈີແບບລອຍຕ່າງໆ. ທີ່ບໍ່ຈຳເປັນຕ້ອງຮັບນ້ໍາຫນັກຫຼາຍ.
- ຕິດຕັ້ງຕູ້ເຮືອນຄົວ, ຕູ້ຫ້ອງການ, ຕູ້ຂ້າງຕຽງ ແລະ ຕູ້ເສື້ອຜ້າ.
- ໃຊ້ໃນການຕົບແຕ່ງພາຍໃນຂອງເຮືອນ.
ຄໍາແນະນໍາເພີ່ມເຕີມ
- ການເລືອກໃຊ້ບານປະຕູທີ່ມີມືຈັບ ຄວນທີ່ຈະໃຊ້ ບານພັບ ທີ່ມີ softcode ຫຼື ມີສະປີງ ເພື່ອຊ່ວຍໃຫ້ມີການປິດໄດ້ຢ່າງນຸ່ນນວນ
- ການເລືອກໃຊ້ປະຕູທາງຫນ້າທີ່ບໍ່ມີມືຈັບ ຄວນທີ່ຈະໃຊ້ ບານພັບລຸ່ນທີ່ບໍ່ມີສະປີງ. ເພາະຈະຊ່ວຍໃຫ້ ແກ່ນກົດກັບມາເຮັດວຽກໄດ້ຢ່າງມີປະສິດທິພາບ.
- ຄວາມສູງຂອງບານປະຕູບໍ່ເກີນ 750 ມມ, ນ້ໍາຫນັກ 4-6 ກິໂລ, ໃຊ້ບານພັບ 2 ຊຸດ.
- ຄວາມສູງຂອງບານປະຕູແຕ່ 750-1,500 ມມ, ນໍ້າໜັກ 6-12 ກິໂລ, ໃຊ້ບານພັບ 3 ຊຸດ.
- ຄວາມສູງຂອງບານປະຕູແຕ່ 1,500-2,100 ມມ, ນ້ຳໜັກ 12-17 ກິໂລ, ໃຊ້ບານພັບ 4 ຊຸດ.
- ຄວາມສູງຂອງບານປະຕູແຕ່ 2,100-2,500 ມມ, ນ້ຳໜັກ 17-22 ກິໂລ, ໃຊ້ບານພັບ5 ຊຸດ.
ບານພັບແບບຂໍ້ເສືອ

ລັກສະນະ
ບານພັບຂໍ້ເສືອ ຫຼື ບານພັບແບບເຊື່ອງ ລັກສະນະຂອງມັນແບບເຮັດວຽກໃນຮູບແບບຖືກເຊື່ອງໄວ້ຢູ່ໃນສັນຕາມລວງຍາວຂອງປະຕູ. ເໝາະສຳລັບໃຊ້ໃນການອອກແບບທີ່ຕ້ອງການຄວາມສວຍງາມ, ລຽບນຽນ, ທັນສະໄຫມ, ນິຍົມໃຊ້ໃນເຟີນີເຈີ ຫຼື ປະຕູພັບ. ປະຕູສາມາດເປີດໄດ້ເຖິງ 180 ອົງສາ. ການຕິດຕັ້ງຕ້ອງມີການເຈາະເຂົ້າໄປໃນ ບານພັບໂດບເມື່ອປີດປະຕູ ຈະບໍ່ສາມາດເຫັນບານພັບໄດ້. ວັດສະດຸທີ່ນິຍົມນໍາໃຊ້ສໍາລັບການຜະລິດປະກອບມີ Zinc alloy ຫຼື ປະໄວ້ຊ່ອງຫວ່າງຂອບຂອງປະຕູໄມ້ປະມານ 5 ມມ ສະແຕນເລດ.
ການນຳໄປໃຊ້
- ເໝາະສຳລັບໃຊ້ກັບການຕິດຕັ້ງປະຕູທີ່ຕ້ອງການໃຫ້ສວຍງາມ, ລຽບນຽນ ເພາະໂຕບານພັບຈະຖືກເຊື່ອງໄວ້ໃນບານປະຕູ.
- ສາມາດຕິດຕັ້ງແລະໃຊ້ໃນບານປະຕູ, ຕູ້, ປ່ອງຢ້ຽມ ແລະ ເຄື່ອງເຟີນີເຈີອື່ນໆ.
ບານພັບແບບສະວີງ

ລັກສະນະ
ເປັນບາບພັບທີ່ເຫມາະສົມສໍາລັບການຕິດຕັ້ງປະຕູທີ່ມັກຈະຖືກນໍາໃຊ້ເປັນຊ່ອງທາງຜ່ານທີ່ຈະຖືກນໍາໃຊ້ເພື່ອເປີດ ແລະ ປິດ ຢູ່ຕະຫຼອດ. ພົບເຫັນທົ່ວໄປແມ່ນປະຕູ ຄາວບອຍ(cowboy) ທີ່ຖືກຕິດຕັ້ງເປັນປະຕູກັ້ນລະຫວ່າງພື້ນທີ່ ສາມາດຕິດຕັ້ງກັບວົງກົບທີ່ບໍ່ມີບັງໃບ ສາມາດແກວ່ງເປີດໄດ້ 2 ດ້ານ, ບານພັບແບບສະວິງສາມາດຮັບນ້ຳໜັກໄດ້ສູງສຸດປະມານ 22 ກິໂລ ນິຍົມໃຊ້ກັບປະຕູໄມ້ຈິງ, ປະຕູໄມ້ ສຳເລັດຮູບ ແລະ ປະຕູ MDF.
ການນຳໄປໃຊ້
- ໃຊ້ສໍາລັບວົງກົບໄມ້
- ໃຊ້ສໍາລັບປະຕູທີ່ບໍ່ມີບັງໃບ.
- ໃຊ້ສໍາລັບປະຕູເປີດ 2 ທາງ, 180 ອົງສາ.
- ສາມາດຕິດຕັ້ງໄດ້ທັງບານປະຕູຊ້າຍ ແລະ ຂວາ.
ຄໍາແນະນໍາສໍາລັບການຕິດຕັ້ງບານພັບປະຕູ
- ຖ້າປະຕູແມ່ນເຮັດຈາກວັດສະດຸໄມ້ອັດທີ່ບໍ່ຫນັກຫຼາຍໃຫ້ ຕິດຕັ້ງບານພັບຈຳນວນ 3 ໂຕ ວິທີການແມ່ນການຕິດໂຕທີ່ຫນຶ່ງພື້ນທີ່ເທິງ, ອັນທີສອງຄວນຖືກຕິດຕັ້ງຢູ່ໃກ້ກັບລຸ່ມ. ກ່ອນທີ່ຈະຕິດຕັ້ງໂຕທີ່ສາມຢູ່ກືງກາງເພື່ອເຮັດໃຫ້ການຕິດຕັ້ງສະດວກ ແລະ ງ່າຍຂຶ້ນ.
- ຖ້າຫາກວ່າ ບານພັບ ເຮັດຈາກໄມ້ແທ້ ຕິດຕັ້ງ ບານພັບ ຕາມຕໍາແຫນ່ງຂອງວິທີການທໍາອິດ. ແຕ່ຕິດຕັ້ງ ບານພັບເສີມ ອີກອັນຫນຶ່ງຢູ່ເຄິ່ງກາງລະຫວ່າງ ບານພັບ ໃນຕໍາແຫນ່ງ 1 ແລະ 2 ເພື່ອໃຫ້ສາມາດຮອງຮັບນ້ໍາຫນັກໄດ້ດີ. ຫຼຸດຜ່ອນບັນຫາບານປະຕູຕົກ ຫຼື ຈະເປີດ ແລະ ປິດຍາກ
- ກ່ອນທີ່ຈະສັ່ງຊື້ບານພັບຄວນປຶກສາກັບຜູ້ຂາຍ, ນັກວິຊາການ ຫຼື ຜູ້ຊ່ຽວຊານ ເພື່ອໃຫ້ໄດ້ຮັບບານພັບເຫມາະສົມສໍາລັບວຽກເຮັດງານທໍາທີ່ທ່ານຕ້ອງການນໍາໃຊ້.