020 88897363

ລະບົບຄວມຄຸມເຮືອນອັດຕະໂນມັດ Smart Home

Smart Home ແມ່ນຫຍັງ ແຕກຕ່າງຈາກເຮືອນທຳມະດາແນວໃດ ປ່ຽນເຮືອນເປັນແບບ Smart Home ດີກວ່າແນວໃດ ຟັ່ງຊັ່ນການເຮັດວຽກທີ່ຄວນມີຕິດເຮືອນໃນປີ 2023

Smart Home ແມ່ນອີກໜື່ງນະວັດຕະກຳການຢູ່ອາໄສຂອງຄົນໃນຍຸກດີຈິຕ່ອນ ເຊີ່ງໄດ້ຮັບການກ່າວເຖີງມາໄລຍະໜື່ງແລ້ວ ແລະ ຕອນນີ້ Smart Home ບໍ່ພຽງແຕ່ແມ່ນກະແສເຕັກໂນໂລຊີໃນອານາຄົດຢ່າງທີ່ເຄີຍໄດ້ກ່າວເຖີງມາ ແຕ່ກຳລັງກາຍເປັນເຮືອນໃກ້ໂຕທີ່ເກີດຂື້ນແທ້ກັບເຮົາທຸກຄົນ

ບົດນິສິພາໄປຮູ້ຈັກກັບແນວຄິດ, ນະວັດຕະກຳສຸດລ້ຳສະໄຫມຂອງ ລະບົບ Smart Home ເພື່ອເປັນໄອເດຍໃຫ້ຄົນທີ່ກຳລັງຄິດຢາກຈະເຮັດເຮືອນໃນຕໍ່ໄປ

Smart Home ແມ່ນຫຍັງ ເປັນແນວໃດ

ຫຼາຍຄົນຄົງຈະຄຸ້ນເຄີຍກັບຄຳນີ້ມາແລ້ວ ເພາະການໂຄສະນາໂຄງການເຮືອນຢູ່ຫຼາຍສະບັບໃນຍຸກປັດຈຸບັນໃຊ້ປະເດັ່ນເລື່ອງ Smart Home ເປັນຈຸດຂາຍຫຼາຍຂື້ນ. ຖ້າທ່ານກໍາລັງຊອກຫາຄໍານິຍາມຂອງ Smart Home ມັນຂ່ອນຂ້າງມີຄວາມຫຼາກຫຼາຍຫຼາຍ. ໂດຍທົ່ວໄປແລ້ວ, Smart Home ໝາຍເຖິງທີ່ຢູ່ອາໄສທີ່ມີອຸປະກອນການເຮັດວຽກອັດຕະໂນມັດໂດຍມີມະນຸດເປັນຄົນຄວບຄຸມ ແລະ ປອ້ນຄໍາສັ່ງໃນການເຮັດວຽກ ເພື່ອອຳນວຍຄວາມສະດວກຊ່ວຍໃຫ້ຊີວິດປະຈໍາວັນງ່າຍຂຶ້ນ ທຸ່ນແຮງ ແລະ ເວລາໃນການເຮັດວຽກໄດ້ໃນລະດັບໜື່ງ.
ອຸ​ປະ​ກອນ​ເຫຼົ່າ​ນັ້ນ​ອາດ​ຈະ​ໄດ້​ຮັບ​ການ​ສ້າງ ​ແລະ​ ຕິດ​ຕັ້ງ​ເຂົ້າ​ໄປ​ໃນ​ໂຄງ​ສ້າງ​ເຮືອນ​  ຫຼື ສາມາດຕິດຕັ້ງເພີ່ມເຕີມໃນພາຍຫຼັງ. ຢ່າງໃດກໍຕາມ, ຜູ້ໃຊ້ຕ້ອງສຶກສາວິທີການນໍາໃຊ້ມັນຢ່າງລະອຽດ ເພາະບາງລະບົບ ຫຼື ອຸປະກອນທີ່ໃຊ້ໃນ Smart Home ໃຊ້ວິທີຄຳສັ່ງທີ່ແຕກຕ່າງກັນ ເຊັ່ນ: ຕັ້ງຄ່າລະບົບກ່ອນ, ຄຳສັ່ງສຽງ, ການນຳໃຊ້ລະບົບ AI ເປັນຕົ້ນ.

Smart Home ດີກວ່າແນວໃດ

ກ່ອນຈະຕັດສີນໃຈເລືອກເຮືອນທີ່ມາພ້ອມລະບົບ Smart Home ລອງມາເບີ່ງວ່າເຮືອນລັກສະນະນີ້ຈະຊ່ວຍປ່ຽນຮູບແບບການໃຊ້ຊີສິດຂອງເຈົ້າໃຫ້ເປັນໄປໃນທິດທາງໃດ

Smart Home ປະຢັດພະລັງງານ

ເບື້ອງຫຼັງແນວຄິດການສ້າງເຮືອນ Smart Home ແມ່ນມາຈາກຄວາມຕ້ອງການທີ່ຈະປະຫຍັດພະລັງງານ ແລະ ເງິນຈາກການນໍາໃຊ້ເຄື່ອງໃຊ້ໄຟຟ້າຕ່າງໆ, ໂດຍສະເພາະເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ. ເຊິ່ງກິນໄຟຟ້າເປັນຈຳນວນບໍ່ໜ້ອຍ ລະບົບ Smart Home ເຂົ້າມາແກ້ໄຂບັນຫານີ້ໄດ້ຖືກຈຸດ. ສາມາດເຫັນໄດ້ຈາກການໃຊ້ເຄື່ອງຄວບຄຸມອຸນຫະພູມໃນ Smart Home ທີ່ສາມາດປັບອຸນຫະພູມອັດຕະໂນມັດໃຫ້ເພີ່ມຂຶ້ນ ຫຼື ຫຼຸດລົງ ໄດ້ອັດຕະໂນມັດ ຊ່ວຍຫຼຸດຄ່າໄຟຟ້າຫຼາຍກວ່າຫາກທຽບໃສ່ ການໃຊ້ເຄື່ອງຄວບຄຸມອຸນຫະພູມທົ່ວໄປ ຫຼື ໂຄມໄຟອັດຕະໂນມັດທີ່ຄ່ອຍໆດັບລົງເອງໄດ້ໃນເວລາທີ່ບໍ່ໄດ້ໃຊ້ ມັນຊ່ວຍປະຫຍັດໄຟຟ້າໄດ້ອີກທາງຫນື່ງເຊັ່ນກັນ.

ອຳນວຍຄວາມສະດວກຫຼາຍຂື້ນ

ຫົວໃຈຫຼັກຂອງການເຮັດແບບSmart Home ແມ່ນ “ຄວາມສະດວກສະບາຍ” ຮູບແບບການເຮັດວຽກອັດຕະໂນມັດ ເຮັດໃຫ້ເຄື່ອງໃຊ້ໄຟຟ້າເຮັດວຽກໄດ້ມີປະສິດທິພາບຫຼາຍຂຶ້ນ. ບໍ່ຈໍາເປັນຕ້ອງໃຊ້ແຮງງານຄົນເພື່ອລົງມືເພື່ອເຮັດທຸກສິ່ງທຸກຢ່າງດ້ວຍຕົນເອງ, ທຸ່ນແຮງ, ປະຫຍັດເວລາ. ສາມາດເຮັດວຽກອື່ນໄດ້ ສາມາດເລີ່ມຕົ້ນດ້ວຍສິ່ງທີ່ຢູ່ໃກ້ໂຕເຊັ່ນ: ໂຄມໄຟອັດສະລິຍະ ໂດຍຈະເປີດ ແລະ ປິດຕາມຄຳສັ່ງສຽງ ຫຼື ເຊັນເຊີອຸນຫະພູມຂອງມະນຸດ. ຖ້າຫາກມີຄົນໃຫ້ຄໍາສັ່ງ ຫຼື ລະບົບກວດພົບວ່າມີຄົນຢູ່ ຫຼື ບໍ່ຢູ່ໃນຫ້ອງກໍຈະເປີດ ແລະ ປິດໄຟຢູ່ໃນຫ້ອງນັ້ນເອງ.

ສ້າງຄວາມປອດໄພ ແລະ ຄວາມເປັນສວ່ນໂຕ

ເຖິງແມ່ນວ່າມີອຸປະກອນ ຫຼື ເຄື່ອງສົ່ງສັນຍານເຕືອນທີ່ຕິດຕັ້ງຢູ່ໃນເຮືອນທົ່ວໄປ ແຕ່ Smart Home ຈະມີລະບົບຄວາມປອດໄພທີ່ຕິດຕັ້ງຢູ່ໃນເຮືອນແລ້ວ. ໃນຮູບແບບຂອງໂຄມໄຟ, ກ້ອງວົງຈອນປິດ ຫຼື ກະດິ່ງ ຢູ່ປະຕູເຮືອນ. ເຊິ່ງຊ່ວຍໃນເລື່ອງຄວາມປອດໄພຂອງເຮືອນຫຼາຍຂຶ້ນ ຖ້າຄົນແປກຫນ້າພະຍາຍາມບຸກເຂົ້າໄປໃນເຮືອນ  ອຸປະກອນເຫຼົ່ານີ້ຈະສົ່ງສັນຍານເຕືອນ ເພື່ອ​ໃຫ້ເຈົ້າໄດ້ກະກຽມ​ຮັບມືໄດ້ຢ່າງທັນຖ່ວງທີ່

ປະຢັດເວລາເອົາໄປເຮັດແນວອື່ນ

ເວົ້າມາເຖີງການເຮັດວຽກເຮືອນແລ້ວນັ້ນແນ່ນອນວ່າມີຫລາຍສີ່ງທີ່ຕ້ອງເຮັດ . ອຸປະກອນ Smart Home ຈະຊ່ວຍເຮັດໃຫ້ວຽກງານນີ້ງ່າຍຂຶ້ນ. ຕົວຢ່າງເຊັ່ນ: ເຄື່ອງດູດຝຸ່ນທີ່ໃຊ້ເວລາພຽງແຕ່ສອງສາມນາທີຂອງຄຳສັ່ງເພື່ອຊ່ວຍເຈົ້າເຮັດຄວາມສະອາດໄດ້ທົ່ວ ລະບົບຊັກແຫ້ງອັດຕະໂນມັດທີ່ຊັກເຄື່ອງຕັ້ງແຕ່ເລີ່ມຕົ້ນຈົນຈົບ ຫຼື ລະບົບແຊ່ແຂງ ທີ່ສາມາດສັ່ງວຽກຜ່ານລະບົບອອນໄລນ໌ ແລະ ອື່ນໆ.

ຊີວິດມີສີສັນຫຼາຍຂື້ນ

ເພາະເຮືອນບໍ່ພຽງແຕ່ເປັນສະຖານທີ່ສໍາລັບການພັກຜ່ອນທາງດ້ານຮ່າງກາຍເທົ່ານັ້ນ. ແຕ່ຍັງສາມາດສ້າງພື້ນທີ່ບັນເທີງໄດ້ຢ່າງງ່າຍດາຍດ້ວຍອຸປະກອນ Smart Home ທີ່ຕິດຕັ້ງດ້ວຍເທັກໂນໂລຍີ AI ແລະ ສັ່ງການດ້ວຍສຽງຕ່າງໆເຊັ່ນ:ຕູ້ລຳໂພງ, ລະບົບລາຍງານຂ່າວ ແລະ ການແຂ່ງຂັນກິລາທີ່ມັກ ຫຼື ຄົ້ນຫາໜັງທີ່ເຈົ້າໃຫ້ຄວາມສົນໃຈເປັນຕົ້ນ

6 ອຸປະກອນທີ່ຄວນມີຕິດ Smart Home ໃນປີ 2023

ຕ້ອງຍອມຮັບວ່ານະວັດຕະກໍາ Smart Home ຫຼາຍໆຢ່າງກຳລັງເຂົ້າມາມີບົດບາດໃນຊີວິດຂອງພວກເຮົາຢ່າງແນ່ນອນ. ບົດນີ້​ຈຶ່ງ​ພະຍາຍາມ​ເກັບ​ກຳ​ຂໍ້​ມູນ​ລະບົບ ​ຫຼື​ ອຸປະກອນ​ເອ​ເລັກ​ໂຕຣນິກ​ທີ່​ຕ້ອງ​ຕິດ​ຕັ້ງ​ໃນ Smart Home ປີ 2023 ມາ​ໃຫ້​ທ່ານ​ເບິ່ງ​ວ່າ​ມີ​ເຕັກ​ໂນ​ໂລ​ຊີ​ຫຍັງແນ່

ລະບົບ Lighting ແບບ Smart Home

ສິ່ງທີ່ສໍາຄັນທີ່ສຸດທີ່ທຸກໆຮືອນຕ້ອງມີນ່າຈະແມ່ນລະບົບແສງສະຫວ່າງ Lighting , ບໍ່ວ່າຈະເປັນໄຟໃນຫ້ອງຕ່າງໆ, ໄຟຢູ່ໜ້າເຮືອນ ຫຼື ໂຄມໄຟຂ້າງຕຽງ, ເມື່ອນັບລວມກັນແລ້ວ ເຮືອນຫຼັງໜຶ່ງຈະໃຊ້ໄຟຟ້າບໍ່ໜ້ອຍເລີຍທີ່ດຽວ ຖ້າເຮົາມີໄຟອັດຕະໂນມັດ Lighting. ລະບົບ, ສາມາດສັ່ງຜ່ານສຽງໃນເວລາດຽວ ບໍ່ຈໍາເປັນຕ້ອງຍ່າງອອກໄປເປີດໄຟດ້ວຍຕົນເອງ ຫຼື ຖ້າເຈົ້າອອກໄປເຮັດວຽກ ແລະ ຮູ້ວ່າເຈົ້າລືມປິດໄຟກໍ່ສາມາດຕັ້ງໄຟເພື່ອເປີດ ແລະ ປິດ ໄດ້ຜ່ານ​ໂທລະ​ສັບ​.

ເຄື່ອງຄວບຄຸມອຸນຫະພູມMotherboard

ເປັນອີກຫນື່ງເຄື່ອງໃຊ້ໄຟ້າທີ່ສຳຄັນສຳລັບຄົນໃນຍຸກນີ້. ເຖິງແມ່ນວ່າມັນຖືກຈັດປະເພດເປັນເຄື່ອງໃຊ້ໄຟຟ້າທີ່ກີນໄຟຟ້າຫຼາຍ. ແຕ່ເຄື່ອງຄວບຄຸມອຸນຫະພູມ Smart Home ເພາະມີຟັງຊັ່ນປັບຄວາມເຢັນໄດ້ອັດຕະໂນມັດ ​ເລືອກ​ທີ່​ຈະ​ປັບ​ໃຫ້​ເຢັນ​ ຫຼື ​ອົບ​ອຸ່ນ​ຕາມ​ສະ​ພາບ​ແວດ​ລ້ອມ​. ນີ້ຫມາຍຄວາມວ່າທ່ານບໍ່ຈໍາເປັນຕ້ອງປັບຄວາມເຢັນຫຼາຍເກີນໄປເມື່ອທຽບກັບການນໍາໃຊ້ເຄື່ອງປັບອາກາດແບບເດີມ.ນອກຈາກນີ້ຍັງເລືອກສັ່ງຜ່ານສຽງໄດ້ອີກດ້ວຍ.

ລະບົບຮັກສາຄວາມປອດໄພແບບອັດຕະໂນມັດ

ເນື່ອງຈາກວ່າຄວາມປອດໄພ ແລະ ຄວາມເປັນສ່ວນຕົວຖືວ່າເປັນບັນຫາໃກ້ໂຕທີ່ບໍ່ສາມາດມອງຂ້າມໄດ້. ລະບົບຄວາມປອດໄພອັດຕະໂນມັດຈະເບິ່ງແຍງຊີວິດ ແລະ ສະຫວັດດີພາບຂອງຜູ້ຢູ່ອາໄສໃນເຮືອນຢ່າງທົ່ວເຖີງໂດຍລະບົບຈະເຮັດວຽກຮ່ວມກັບກັບອຸປະກອນເສີມ. ບໍ່ວ່າຈະເປັນລະບົບເຕືອນໄພ ຫຼື ເຊັນເຊີດັກຈັບຕ່າງໆ, ບາງລະບົບຄວາມປອດໄພອາດຈະລວມເຖິງວິດີໂອ ຫຼື ກ້ອງວົງຈອນປິດ.

ລະບົບລ໊ອກ(lock)ອັດຕະໂນມັດ

ລະບົບລັອກອັດຕະໂນມັດຖືວ່າເປັນການລັອກປະຕູທີ່ໄດ້ຍົກລະດັບການເຮັດວຽກຂອງມັນໄປອີກລະດັບຫນຶ່ງ. ຈະມີຟັງຊັ່ນເພີ່ມເຕີມຂື້ນມາ ບໍ່ວ່າຈະເປັນລະບົບການເຂົ້າເຮືອນໂດຍບໍ່ຕ້ອງໃຊ້ກະແຈ (ຊ່ວຍປ້ອງກັນການງັດປະຕູ) ລະບົບການຄວບຄຸມການເຂົ້າເຖິງສໍາລັບຄົນພາຍນອກ (ຊ່ວຍຈຳແນກລະຫວ່າງແຂກ ແລະ ຄົນແປກໜ້າ) ຫຼື ລະບົບປົດລັອກອັດຕະໂນມັດ ທັງຫມົດນີ້ຈະສະຫນອງຊັ້ນຂອງການກັ່ນຕອງຄວາມປອດໄພທີ່ດີເລີດສໍາລັບພວກເຮົາ ນອກຈາກການລັອກປະຕູເຮືອນດ້ວຍກະແຈ ຍັງສາມາດຄວບຄຸມການລັອກອັດຕະໂນມັດຂອງເຮືອນຂອງທ່ານຜ່ານໂທລະສັບມືຖືໄດ້. ເນື່ອງຈາກວ່າລະບົບລັອກອັດຕະໂນມັດມາພ້ອມກັບຟັງຊັນ Wi-Fi Smart Lock, ເຊິ່ງເຮັດໃຫ້ມັນງ່າຍຕໍ່ການເຊື່ອມຕໍ່ກັນ ສາມາດສັ່ງມັນໄດ້ຜ່ານ Alexa, Google Assistant ຫຼື Siri.

ເຄື່ອງກວດຈັບຄວັນ

ເຮືອນ ຫຼື ຄອນໂດມີເຄື່ອງກວດຈັບຄວັນໄຟໄວ້ຢູ່ແລ້ວ. ແຕ່ລັກສະນະພິເສດຂອງເຄື່ອງກວດຈັບຄວັນໄຟຂອງ Smart Home ແມ່ນມີຫຼາຍກວ່ານັ້ນ. ນອກ​ເໜືອ​ໄປ​ຈາກ​ການ​ຊ່ວຍ​ປ້ອງ​ກັນ​ຄວັນ ​ແລະ ​ກາກ​ບອນ​ໂມ​ໂນ​ໄຊ​ແລ້ວ. ອຸປະກອນນີ້ຍັງສາມາດເຊື່ອມຕໍ່ກັບໂທລະສັບມືຖື. ຊ່ວຍໃຫ້ທ່ານຮູ້ເຖິງການເຄື່ອນໄຫວຕ່າງໆໃນເຮືອນຂອງທ່ານໃນຂະນະທີ່ທ່ານຢູ່ນອກ. ຮູ້ສິ່ງທີ່ເກີດຂຶ້ນຢູ່ເຮືອນ ລວມທັງສັ່ງໃຫ້ເປິດສັນຍານເຕືອນໄດ້ທັນທີ

ກ໊ອກນ້ຳອັດສະລິຍະ

ມັນເປັນເທກໂນໂລຍີປະຫຍັດແຮງງານສໍາລັບແມ່ບ້ານຄວນຈະຕິດໄວ້ໃນເຮືອນຄົວ.ກ໊ອກນ້ຳອັດສະລິຍະ ເຊື່ອມຕໍ່ກັບອຸປະກອນອື່ນໆໃນເຮືອນ. ເຮັດວຽກຜ່ານສຽງ, ສັ່ງໃຫ້ລະບົບເປີດແລະປິດ. ຕື່ມນ້ໍາຕາມປະລິມານທີ່ກໍານົດໄວ້. ທ່ານສາມາດຕັ້ງຄໍາສັ່ງລ່ວງຫນ້າ, ນອກຈາກນັ້ນ, ທ່ານສາມາດຕັ້ງຫນ້າທີ່ຕ່າງໆໄດ້ຢ່າງງ່າຍດາຍໂດຍໃຊ້ໂທລະສັບສະຫຼາດຂອງທ່ານເທົ່ານັ້ນ.

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *

error: Bản quyền thuộc về Sabaideehome